ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ເປັນ​ປະທານ​ກອງ​ປະຊຸມ​ກະກຽມ ​ຂໍ​ຄຳ​ປຶກສາ​ຈາກ​ສານ​ຍຸຕິ​ທຳ​ສາກົນ
ກ່ຽວ​ກັບ​
ພັນທະ​ຂອງ​ປະເທດ​ຕໍ່​ການ​ແກ້​ໄຂ​ບັນຫາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ

     ອີງ​ຕາມ​ຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ ລາຍ​ງານ​ໃຫ້​ຮູ້​ໃນ​ ວັນ​ທີ 10 ມີນາ 2024 ຜ່ານ​ມາ​ນີ້​ວ່າ: ຄະນະ​ຜູ້ຕາງໜ້າ​ສອງ​ປະ
ເທດ ຫວຽດນາມ ແລະ ວາ​ນູ​ອາ​ຕູ (Vanuatu) ປະຈຳ ​ສປຊ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ກະກຽມ​ກ່ຽວ​ກັບ​ການ​ປະຕິບັດ​ລະບຽບ
ການ​ຂໍ​ຄຳ​ປຶກສາ​ຈາກ​ສານ​ຍຸຕິ​ທຳ​ສາກົນ (ICJ) ກ່ຽວ​ກັບ​ພັນທະ​ຂອງ​ປະເທດ​ຕໍ່​ການ​ແກ້​ໄຂ​ບັນຫາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ.

     ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ມີ​ບັນດາ​ນັກ​ຊ່ຽວຊານ​ນິຕິ​ກຳ, ນັກຮຽນ​ຮູ້ ແລະ ທະນາຍຄວາມ​ສາກົນທີ່​ມາ​ຈາກ 20 ກວ່າ​ປະເທດ ອາ
ຊີ-ປາ​ຊີ​ຟິກ, ຜູ້ຕາງໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ບັນດາ​ປະເທດ​ປະຈຳ ​ສປຊ ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ. ທ່ານ ດັ່ງ
ຮວ່​​າງ ​ຢາງ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ​ສປຊ ໄດ້​ກ່າວ​ມີ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ ພ້ອມ​ທັງ​ເນັ້ນ
​ໜັກ​ວ່າ: ມະຕິ​ປີ 2023 ຂອງ​ສະມັດຊາ​ໃຫຍ່ ​ສປຊ ໄດ້​ຮັບຮອງ​ເອົາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ເປັນ​ສິ່ງ​ທ້າ​ທາຍ​ລວມ, ສ້າງ​ຜົນກະ
​ທົບ​ຢູ່​ລະດັບ​ທີ່​ແຕກ​ຕ່າງ​ກັນ​ໃຫ້​ແຕ່​ລະ​ປະເທດ​ໃນ​ທົ່ວ​ໂລກ.

     ເພາະສະນັ້ນ, ທຸກ​ປະເທດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ມີ​ຄວາມ​ສະເໝີພາບ. ເລື່ອງ​ບັນດາ​ປະເທດ​ທີ່​ພວມ​
ພັດທະນາ ຕັ້ງໜ້າ​ເຂົ້າ​ຮ່ວມ​ຂັ້ນຕອນຕ່າງໆໃຫ້ ICJ ພິຈາລະນາ ແລະ ປະກອບ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ​ມີ​
ຄວາມ​ໝາຍ​ສຳຄັນ​ຍິ່ງ ແລະ ມີ​ຜົນ​ຕໍ່​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ປະເທດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ດ້ານ​ນິຕິ​ກຳ​ຂອງ​ແຕ່​ລະ​ປະເທດ ໃນ​ການ
​ຮັບ​ມື​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ, ປະກອບສ່ວນ​ກຳນົດ​ກອບ​ນິຕິ​ກຳ​ ກ່ຽວ​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ​ເທື່ອ​ລະ​ກ້າວ​
ໃນ​ໄລຍະ​ຈະ​ມາ​ເຖິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2024